ປກສ ນະຄອນຫຼວງ ໄດ້ລາຍງານວ່າ: ເຈົ້າຫນ້າທີ່ເຂົ້າກວດສອບ ຮ້ານອາຫານ ເຍົາວະຣາດ 2 ຍ້ອນລະຕໍ່ມາດຕະການປ້ອງກັນໂຄວິດ-19 ແຕ່ພົບວ່າຮ້ານດັ່ງກ່າວແມ່ນບໍ່ມີໃບອະນຸຍາດດຳເນີນທຸລະກິດ
ຈຶ່ງສ້າງບົດບັນທຶກກ່າວເຕື່ອນ ແລະ ໃຫ້ປິດບໍລິການຈົນກວ່າຈະມີແຈ້ງການໃຫ້ສາມາດເປີດບໍລິການໄດ້ພ້ອມທັງແນະນຳໃຫ້ໄປຂໍໃບອະນຸຍາດດຳເນີນທຸລະກິດຈາກພາກ ສ່ວນທີ່ກ່ຽວຂ້ອງກ່ອນຈຶ່ງສາມາດເປີດໃຫ້ບໍລິການໄດ້
ຕໍ່ກັບຜູ້ລະເມີດຖ້າກວດພົບແມ່ນໃຫ້ເຮັດບົດບັນທຶກກ່າວເຕືອນ, ຖ້າຍັງສືບຕໍ່ແມ່ນໃຫ້ຢຶດໂຈະໃບທະບຽນ, ປິດກິດຈະການ ພ້ອມທັງປັບໃໝຕາມບຽບການ
ຖ້າພົບເຫັນວ່າສະຖານທີ່ໃດຫາກມີການລະເມີດຕາມໜັງສືແຈ້ງການ, ແລະ ມີການຊຸມນຸມທີ່ເປັນຄວາມສ່ຽງໃນການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ວັນທີ 13-30 ເມສາ 2021 ໃຫ້ແຈ້ງເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774
.