ເມື່ອເອີ່ຍເຖິງຊາຍຄົນນີ້ໃນວົງການບັນເທິງລາວ ໃຜໆກໍອາດຈະຮູ້ດີ ທ້າວ ພູມຊະນະ ສິຣິວົງສາ ຫຼື ເຈ້ຍປາຊີຟິກ ເຄີຍສ້າງຜົນງານຫຼາກຫຼາຍສີສັນໃນວົງການບັນເທິງລາວ
ໍ ບໍ່ວ່າຈະເປັນ ນັກຮ້ອງ ນັກຕະລົກນັກສະແດງ ກຳກັບຮູບເງົາ ຫຼື ເປັນ ເຈົ້າຂອງບໍລິສັດ ແຂ້ວແຫ້ງ ແລະ ອື່ນໆ ເມື່ອບໍ່ດົນມານີ້ເຈົ້າຕົວໄດ້ໂພສພາບພ້ອມຂໍ້ຄວາມທາງສ້າງສັນກ່ຽວກັບການຫັນມາເປັນເຈົ້າຂອງ ການກະເສດຫຼາຍພັນໄລ່ ໂດຍໄດ້ໂພສວ່າ
.
ເປັນ ດາລາ ມັນຍາກ ຫນ້າຕາພັດວ່າ ອອກໄປແນວຫລໍ່ເລີກມາຕັ້ງໃຈເຮັດກະເສດ20ແຮັດຕ້າ ປູກແມ່ມັນຫມົດທຸກຢ່າງ ລ້ຽງປາ 500.000ໂຕ ກະລ້ຽງແບບທໍາມະຊາດບໍ່ໄດ້ຂາຍ ກະໄດ້ກິນລະໄປ
ເຫັນໄດ້ວ່າແຟນຄຣັບໄດ້ເຂົ້າມາສະແດງຄວາມເຫັນທາງຍິນດີແບບສ້າງສັນ ເພາະວ່າການກະເສດການປູກຝັງລ້ຽງສັດແບບທຳມະຊາດເປັນອີກທຸລະກິດໜຶ່ງ ທີ່ໄດ້ຮັບຄວາມນິຍົມ ແບບຢືນຍົງດີຕໍ່ສິ່ງແວດແລະ ເໝາະສົມກັບຍຸກໂຄວິດໄດ້ດີ ເປັນແນວໃດແອັດກໍຂໍເປັນກຳລັງໃຈໃຫ້ເດີ່