ໃນທ້າຍອາທິດທີ່ຜ່ານມານີ້, ຢູ່ທີ່ຫຼັກໝາຍຊາຍແດນ 113 ລະຫວ່າງ ລາວ – ຫວຽດນາມ (ດ່ານສາກົນປາງຫົກ – ເຕິຍຈາງ ) ທາງອົງການປົກຄອງ ແຂວງຜົ້ງສາລີ ໄດ້ນຳເອົາເງິນສົດຈຳນວນ 100 ລ້ານກີບໄປມອບໃຫ້ກັບອົງການປົກຄອງ ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ
ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19.ໂດຍຕາງໜ້າຝ່າຍແຂວງຜົ້ງສາລີ ແຫ່ງ ສປປ ລາວ ເຊັນມອບໂດຍທ່ານ ຄຳເພັດ ຈິດປັນຍາ ຫົວໜ້າພະແນກການຕ່າງເທດແຂວງຜົ້ງສາລີ
ແລະ ຕາງໜ້າຝ່າຍຫວຽດນາມ ເຊັນຮັບໂດຍທ່ານ ຢາງ ຈ໋ອງບີງ ຮອງປະທານຄະນະກຳມະ ການແນວໂຮມແຫ່ງຊາດຫວຽດນາມແຂວງດຽນບ່ຽນ ໂດຍຊ່ອງໜ້າຈາກທັງສອງພາກສ່ວນເຂົ້າຮ່ວມເປັນສັກຄິພິຍານ
.
ຂ່າວ: ແສງຄຳ ສາລີວັນພາບ: ໄຊສາລີ