ພາຍຫລັງທີ່ມີການປັບປຸງກົນໄກ ແລະວິທີການຄືນໃຫມ່ ໃນກອງປະຊຸມຄັ້ງວັນທີ່ 3 ກໍລະກົດ 2021 ພາຍໃຕ້ການຊີ້ນຳຂອງ ທ່ານບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ແຂວງຫຼວງພະບາງ
ວ່າດ້ວຍການດຳເນີນການຊັກວັກຊີນໃຫ້ແກ່ປະຊາຊົນໃນນະຄອນຫລວງພະບາງໃຫ້ເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍດີ ຫຼີກລ່ຽງຄວາມແອອັດ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຮັບວັກຊີນຢ່າງທົ່ວເຖິງ ຈຶ່ງໄດ້ຈັດໃຫ້ມີອາສາສະມັກກາແດງ, ຊາວຫນຸ່ມ ແລະທີມງານເຈົ້າຫນ້າທີ່ຕຳຫລວດ
ເພື່ອຮັກສາຄວາມສະຫງົບປອດໄປຈັດສັນການເຂົ້າ–ອອກ ແລະປະຊາສຳພັນ ໃຫ້ທຸກຄົນໄປສັກວັກຊີນຈົ່ງພ້ອມກັນປະຕິບັດຕາມມາດຕະການທີ່ທາງໜ່ວຍງານສະເພາະກິດຂອງແຂວງໄດ້ວາງໄວຢ່າງເຂັ້ມງວດ
ພາບຂ່າວຈາກທີມງານສະເພາະກິດ ແຂວງຫຼວງພະບາງ