ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນ ເນື່ອງຈາກມວນອາກາດຈາກປະເທດຈີນ ຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອຸນຫະພູມເຢັນລົງ 1-3 ອົງສາ ຢູ່ທົ່ວທຸກພາກ
ເຊິ່ງຈະເຮັດໃຫ້ອາກາດຈະໜາວເຢັນ ຫາ ໜາວເຢັນຫຼາຍຢູ່ແຂວງພາກເໜືອ ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ
ແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນ ຈົ່ງມີສະຕິໃນການສັນຈອນ ໂດຍສະເພາະຢູ່ບັນດາແຂວງພາກເໜືອຈະມີໝອກໜາປົກຫຸ້ນໃນຕອນເຊົ້າ ແລະ ໃຫ້ຮັກສາສຸຂະພາບໂດຍສະເພາະຜູ້ສູງອາຍຸ ແລະ ເດັກນ້ອຍ ໃຫ້ນຸ່ງຫົ່ມຮ່າງກາຍໃຫ້ອົບອຸ່ນຢູ່ສະເໝີ