ໄທພົບຜູ້ຕິດເຊື້ອໂຄວິດ-19 ແບບບໍ່ສະແດງອາການ 415 ຄົນ ຈາກລົງສຸ່ມກວດກວ່າ 10 ພັນຄົນໃນແຂວງປະທຸມທານີ ແລະ ພົບຜູ້ສຳຜັດສ່ຽງສູງກວ່າ 900 ຄົນ ຢູ່ລະຫວ່າງຕິດຕາມກວ່າ 500 ຄົນ ວັນທີ 21 ກຸມພາ 2021 ນີ້ ສຳນັກງານສາທາລະນະສຸກແຂວງປະທຸມທານີ ແລະ ສຳນັກງານປ້ອງກັນຄວບຄຸມໂຣກທີ 4 ແຂວງສະຣະບຸຣີ ໄດ້ດຳເນີນການສຸ່ມກວດຫາຜູ້ຕິດເຊື້ອພະຍາດໂຄວິດ-19 ຕັ້ງແຕ່ວັນທີ 9 – 19 ກຸມພາ ຜ່ານມາ




