ຂ່າວດ່ວນ..!! ໃນວັນທີ່ 23/12/2021 ຈາກຜູ້ໃຊ້ເຟສບຸກຊື່ taiy Xaymanee ໄດ້ໂພສວ່າ: ອີ່ຕົນເຈົ້າເດຫຼ້າເອີຍ ຜູ້ໃດເດມາເຮັດກັບເຈົ້າແບບນີ້
ເຊີ່ງຕອນນີ້ພົບແລ້ວຜູ້ຫນຶ່ງແຕ່ພົບໃນສະພາບທີ່ເປັນສົບແລ້ວ ສ່ວນອີກຜູ້ຫນື່ງຍັງບໍ່ມີເບາະແສໃດໆ
ຂ່າວກ່ອນໜ້ານີ້
ປະກາດຕາມຫາຜູ້ຍິງສອງຄົນທີ່ຢູ່ໃນຮູບພາບນີ້ ເຊີ່ງທັງສອງໄດ້ຫຼົງຫາຍໄປໃນປ່າເຂດ ບ້ານລະວາງ ແລະ ບ້ານແສນວັງນ້ອຍ ທີ່ຂື້ນກັບ ແຂວງສາລະວັນ ແບບລຶກລັບ ທັງສອງຄົນໄດ້ພາກັນໄປກົ່ນມັນຢູ່ສວນ ແລະ ຫຼົງຫາຍໄປໃນປ່າແບບບໍ່ຮູ້ສາເຫດ ຕັ້ງແຕ່ວັນທີ່ 22/12/2021 ຈົນຮອດປັດຈຸບັນ ຍັງຫາບໍ່ພໍ້ເທື່ອ
ຕອນນີ້ທາງພໍ່ແມ່ພີ່ນ້ອງມີຄວາມກັງວົນ ແລະ ເປັນຫ່ວງຫຼາຍ ທາງຄະນະບ້ານແລະອຳນາດການປົກຄອງກໍ່ໄດ້ດຳເນີນການນຳຫາແຕ່ກໍ່ຍັງບໍ່ມີເບາະແສຂອງເດັກຍິງສອງຄົນນີ້ ດັ່ງນັ້ນຈື່ງໄດ້ຂໍຄວາມຮ່ວມມືຈາກໝູ່ເພື່ອນທຸກຄົນ ຖ້າຜູ້ໃດພົບເຫັນລົບກວນແຈ້ງໄດ້ທີ່ເບີ02091008260ນີ້ດ້ວຍ. ຂໍຂອບໃຈ
ທີ່ມາ