ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນເຝົ້າລະວັງ ລະຫວ່າງລະວັງວັນທີ 20 ຫາ 25 ກັນຍາ 2019 ນີ້ ເນື່ອງຈາກສະພາບລົມມໍລະສຸ່ມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງພັດປົມຄຸມ ສົມທົບກັບພາຍຸໜູນເຂດຮ້ອນ ຈະພັດຜ່ານເຂດພາກກາງ ແລະ ພາກໃຕ້
ເຊິ່ງຈະເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ແລະ ມີລົມພັດແຮງ ພ້ອມທັງໃຫ້ກະກຽມຮັບມືກັບສະພາບດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້ໃນໄລຍະເດືອນກັນຍານີ້ ແລະ ໃນໄລຍະກາງ ຫາ ທ້າຍເດືອນຕຸລາ ຝົນຈະຫຼຸດລົງ.
ທີ່ມາ: lao youth radio fm 90.0 mhz