ຂ່າວດີ ມີຫ້ອງແຖວໃຫ້ພັກຟຣີ ສຳລັບທ່ານໝໍ ທີ່ກຳລັງປະຕິບັດໜ້າທີ ຢູ່ເຂດເທດສະບານ ເມືອງຫ້ວຍຊາຍ ໃນໄລຍະປະຕິບັດໜ້າທີ ວຽກງານໂຄວິດ-19 ໝົດປີ2021(ຂ້າພະເຈົ້າສຸດທີ່ເຫັນອົກເຫັນໃຈຮີໂລໃນຊຸດເຄື່ອງແບບສີຂາວຕ້ອງມາເຮັດພາລະຫນ້າທີອັນຫນັກຫນ່ວງ ບໍ່ໄດ້ພັກຜ່ອນ ນອນບໍ່ເຕັມຕາ ຕ້ອງຈາກຄອບຄົວ ພໍ່ແມ່ ລູກເຕົ້າ ເຮືອນຊານມາປະຈຳການ.
ສະນັ້ນ ຂ້າພະເຈົ້າກໍ່ຢາກຊ່ວຍເຫຼືອເທົ່າທີ່ຈະຊ່ວຍໄດ້ ຖ້າບູກຄະລາກອນແພດ ຫມໍ ທ່ານໃດຫາກພົບຄວາມຫຍູ້ງຍາກໃນການໄປ – ມາ ຫລືທີ່ຢູ່ອາໄສ ຂ້າພະເຈົ້າມີຫ້ອງແຖວເພັດນ້ຳເມິງ ຕັ້ງຢູ່ບ້ານປ່າອ່ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວໃຫ້ຢູ່ຟຣີ ໝົດປີ2021
(ສະເພາະ ແພດ ຫມໍ ເທົ່ານັ້ນ)ເພາະມີຫ້ອງຈຳກັດ.ຂໍຂອບໃຈ ຢູ່ກັບແພດ ຫມໍແລ້ວອູ່ນໃຈ 020 29933119)ຄົນລາວບໍ່ຖິ້ມກັນ.