5 ປືນ ສະໄນເປີ້ ທີ່ອັນຕະລາຍ ແລະດີທີສຸດໃນໂລກ
ມືປືນ ການາດາ ລະດັບໜຶ່ງຂອງໂລກເອົາປືນລຸ້ນໃດຍິງສັງຫານໃນລະຍະທາງ 3,450ແມັດ ເພາະປືນທີ່ຍິງໄດ້ໄກທີ່ສຸດດີທີສຸດໃນໂລກມີລະຍະການຍິງຫວັງຜົນຢູ່ທີ 2,500ແມັດ ປືນ sniper rifle ເປັນປືນຍາວທີ່ສາມາດກໍານົດຕໍາແຫນ່ງເປົ້າໝາຍໄດ້ຢາງແມ້ນຢຳ ມັນເປັນປືນທີ່ຍິງໄດ້ໄກທີ່ສຸດໃນໂລກ. ໂດຍທົ່ວໄປ, ປືນ sniper ແມ່ນຕ້ອງໄຊ້ຢ່າງລະມັດລະວັງຕາມຂໍ້ກຳນົດກົດໝາຍ ແລະຄວາມເຫມາະສົມ, ບໍ່ວ່າຈະເປັນການຕິດຕັ້ງກ້ອງຖ່າຍຮູບ aiming ດັ່ງທີ່ພວກເຮົາຈະໄດ້ເຫັນ,ໄດ້ຟັງເລື້ອຍໆໃນສື່ມວນຊົນ ໃນການອະທິບາຍກ່ຽວກັບປືນທີ່ ນໍາໃຊ້ຈັດການກັບເປົ້າຫມາຍເປັນບຸກຄົນ ໃນບົດບາດທາງການທະຫານຂອງ sniper ແມ່ນມີນຳໄຊມານັບຕັ້ງແຕ່ສະຕະວັດທີ 18, ແຕ່, ໃນຄວາມເປັນຈິງ, ປືນ sniper ໄດ້ເລີ່ມມີການປັບປຸງຢ່າງຫຼວງຫຼາຍຕາມຄວາມກ້າວຫນ້າຂອງເຕັກໂນໂລຢີ. ໂດຍສະເພາະ ທາງດ້ານການຜະລິດ ດັ່ງນັ້ນສະມັດຕະພາບຂອງປືນ ຈິ່ງສາມາດກຳນົດເປົ້າໝາຍໄດ້ຢ່າງແມ້ນຍຳ ແລະມີການນໍາໃຊ້ຢ່າງແຜ່ຫຼາຍໃນຍຸດທະສາດການທະຫານໂດຍຜ່ານການຝຶກອົບຮົມສະເພາະພິເສດເປັນຢ່າງດີ…