ໃນຄໍ່າຄືນຂອງວັນທີ 28 ຕຸລາ 2019 ຜ່ານມານີ້ ໃນການແຂ່ງຂັນປະກວດລາຊິນີແຫ່ງການທ່ອງທ່ຽວ 2019 ຫຼື (Mrs Tourism Pageant 2019) ຮອບສຸດທ້າຍ ທີ່ປະເທດຟິລິປິນ, ທ່ານ ນາງ ມາໄລທອງ ສິລິສັກ (ປິວ) ສາວງາມຮຸ່ນໃຫຍ່ ໄວ 55 ປີ ສາມາດ ຜ່ານເຂົ້າຮອບ 5 ຄົນສຸດທ້າຍ ແລະ ຍັງຄວ້າຕໍາແໜ່ງ Mrs Tourism Earth 2019 ສ້າງຊື່ສຽງໃຫ້ກັບປວງຊົນລາວໃນເວທີລະດັບໂລກ
ຖືໄດ້ວ່າເປັນຕົວແທນນາງງາມຮຸ່ນໃຫຍ່ ຄົນທໍາອິດ ທີ່ສ້າງປະຫັວດສາດແກ່ປະເທດ ເຊິ່ງມັນສະແດງໃຫ້ເຫັນເຖິງຄວາມສາມາດຂອງແມ່ຍິງທີ່ມີຄວາມພຽບພ້ອມທຸກຢ່າງ, ພາຍຫຼັງທີ່ຮັບລາງວັນນີ້ ປິວ ກໍ່ຈະໄດ້ເຮັດວຽກກັບກອງປະກວດໃນການຊ່ວຍເຫຼືອສັງຄົມ ແລະ ເດີນທາງເຂົ້າຮ່ວມການປະກວດທີ່ຈັດຂຶ້ນໃນຫຼາຍໆປະເທດທີ່ມີການເຊື້ອເຊີນ
ສໍາລັບຕຳແໜ່ງອື່ນໆເຊັ່ນ: ຕໍາແໜ່ງ Mrs Tourism Queen Mother 2019 ແມ່ນຕົວແທນຈາກປະເທດໄທ, Mrs Tourism Universe 2019 ແມ່ນຕົວແທນຈາກປະເທດຟິລິບປິນ, Mrs Tourism World 2019 ແມ່ນຕົວແທນຈາກໄຕ້ຫວັນ, Mrs Tourism International 2019 ແມ່ນຕົວແທນຈາກອາຟຣິກາ, Mrs Tourism Globe 2019 ແມ່ນຕົວແທນຈາກປະເທດບັງກະລາເທດ
ປິວ ບອກວ່າ: ຮູ້ສຶກດີໃຈ ເປັນກຽດທີ່ໄດ້ເປັນຕົວແທນນາງງາມລຸ້ນໃຫຍ່ ຄົນທໍາອິດ, ປີທໍາອິດ ແລະ ເປັນຄົນທີ່ສ້າງປະຫວັດສາດໃຫ້ແກ່ປະເທດ ກໍຄືຊື່ສຽງໃນວົງການນາງງາມທີ່ມີລາວ ກໍຄືທຸງຊາດລາວໄດ້ໄປຢືນຢູ່ໃນ 1 ຂອງ 5 ນາງສາວເວທີລະດັບໂລກຢ່າງ Mrs. Tourism Pageant 2019
ແລະໄດ້ລາງວັນ ທີ່ສະແດງເຖິງຄວາມສາມາດແມ່ດີເດັ່ນ, ເຮັດວຽກເພື່ອສັງຄົມເປັນແບບຢ່າງແມ່ທີ່ດີໃນສັງຄົມ ແລະ ໃນໂລກ ທີ່ເປັນແມ່ຍິງຕ້ອງມີຄວາມພ້ອມທຸກຢ່າງ ກໍຄື ລາງວັນ Mrs TouRism Earth 2019 ເພາະຫຼັງຈາກໄດ້ຮັບຕໍາແໜ່ງເປັນເວລາ 1 ປີ ກໍຈະໄດ້ດໍາລົງຕໍາແໜ່ງ ປະຕິບັດໜ້າທີ່ ເຮັດວຽກນໍາທາງກອງປະກວດ ໃນການຊ່ວຍເຫລືອສັງຄົມ ແລະ ເດີນທາງໄປນຳການປະກວດທີ່ຈັດຂື້ນໃນຫຼາຍປະເທດທີ່ຖືກເຊີນ
ນັບວ່າໄດ້ທັງຄວາມຮູ້ ປະສົບການດີໆຫຼາຍຢ່າງຈາກເວທີດັ່ງກ່າວ ແລະ ເປັນການເປີດກວ້າງໃຫ້ຄົນຕ່າງຊາດໄດ້ຮັບຮູ້ວ່າ, ສາວລາວ ແມ່ຍິງລາວກໍງາມ ແລະ ມີຄວາມສາມາດບໍ່ນ້ອຍໄປກວ່າຊາດໃດໃນໂລກນີ້.
ປັດຈຸບັນ ປິວ ມາໃລທອງ ຍັງບໍ່ທັນໄດ້ກັບມາລາວເທື່ອ ເພາະຍັງຈະໄດ້ໃຫ້ສຳພາດກັບນັກຂ່າວຫຼາຍຊ່ອງ ແລະ ຍັງຈະເດີນສາຍຂອບໃຈສະປອນເຊີ້ ແນວໃດກໍຝາກຕິດຕາມຜົນງານ ການເຄື່ອນໄຫວຕ່າງໆໄດ້