ນີ້ເປັນການເປີດຕົວແຟນໃຫມ່ຂອງເທີຢູນາຫລືເປັນພຽງການຂັ້ນເວລາຜິດກັບແຟນທີ່ຊື່ກູດເທົ່ານັ້ນ ໂດຍ ເທີ ຢູ່ນາໄດ້ໂພສໄວ້ວ່າ ຫ່າງກັນສິບປີ ພໍດີນັບອາຍຸກັນງ່າຍ
ແຄັບຊັ້ນບໍ່ຕ້ອງ ແນມກ້ອງແລ້ວຍິ້ມມມຄົນບ້ານເດວກັນທໍແນມຕາກັນກະເຂົ້າເຈີຢູ່
ເຫັດຜົນທີ່ເລີກກັບແຟນເກົ່າຊື່ ກູດ ເຊີ່ງມີຂ່າວລືແບບຕຸຕຸວ່າອີກຝ່າຍມີທາງເລືອກທີ່ດີກວ່າແລະຫົນທາງຍັງອີກໄກແຕ່ບາງຫາງສຽງກໍ່ມີກິ່ນຕຸຕຸວ່າເຈົ້າພໍ່ມັກກິນເດັກ ໂດຍເທີຢູ່ນາໄດ້ຄອມເມັ້ນແບບນີ້
ສູບໍ່ຕ້ອງມາຖາມຫາອະດີດປ້າຄົນນັ້ນຈາກລຸງອີກ ລຸງລຳຄານ ຊິບອກສັ້ນໆພຽງວ່າ ເຮົາຈົບກັນແລ້ວ (ດົນເຕີບໜຶ່ງແລ້ວລະ).
1. ເຂົາເປັນຄົນເລືອກຍ່າງອອກຈາກຊີວິດລຸງໄປເອງ (ເພາະເຂົາມີສິ່ງທີ່ເຂົາຕ້ອງການແລະມີຄວາມສຸກຫຼາຍກວ່າຢູ່ກັບລຸງ).
2. ລຸງກະປ່ອຍເຂົາໄປຕາມທາງທີ່ເຂົາເລືອກເອງຕັ້ງແຕ່ວິນາທີທີ່ເຂົາຕ້ອງການໄປ.
3. ບໍ່ມີໃຜຜິດແລະບໍ່ມີໃຜຖືກ ບໍ່ມີໃຜນອກໃຈໃຜ ເຮົາສອງຄົນພຽງແນມຕ່າງກັນ ເຫັນຜິດຖືກຊົ່ວດີຕ່າງກັນ ມັກຕ່າງກັນ (ຢ່າງຮຸນແຮງ)
4. ທີ່ບໍ່ເຫັນລຸງມານັ່ງເສຍໃຈບໍ່ແມ່ນລຸງຖິ້ມເຂົາ ລຸງພຽງບໍ່ໄດ້ເສຍດາຍຫຍັງໃນຕົວເຂົາແລ້ວ ບໍ່ມີເຫດຜົນຫຍັງທີ່ລຸງຕ້ອງມານັ່ງເສຍໃຈ.
5. ຖ້າສູຢາກຮູ້ຫຍັງກ່ຽວກັບເຂົາ ສູກະໄປຖາມເຂົາພຸ້ນ ຢ່າມາຖາມໃນພື້ນທີ່ຂອງລຸງ ລຸງກັບເຂົາບໍ່ມີຫຍັງກ່ຽວຂ້ອງກັນແຕ່ດົນແລ້ວ. ຈົບຂ່າວ
ຄວາມຈິງເປັນແບບໃດຕິດຕາມຕໍ່ໄປນີ້ເປັນການເປີດຕົວແຟນໃຫມ່ຂອງເທີຢູນາຫລືເປັນພຽງການຂັ້ນເວລາຜິດກັບແຟນທີ່ຊື່ກູດເທົ່ານັ້ນ#ສາວກູດຄົນງາມຫນ້າຮັກVSສາວມໍປາຍໄວໃສ