ເສກ ໂລໂຊ ຖືວ່າເປັນນັກຮ້ອງທີ່ໂດ່ງດັງທັງໃນ ແລະ ຕ່າງປະເທດ ທີ່ສ້າງສັນຜົນງານ ບົດເພງຍອດຮິດກິນໃຈໄວລຸ້ນ ເຊິ່ງຍັງເປັນທີ່ນິຍົມ ແລະ ຕິດໃຈຄົນຟັງຕັ້ງແຕ່ອະດີີດ ຈົນມາເຖິງປັດຈຸບັນເຊັ່ນ: ໃຈສັ່ງມາ, ຊົມຊານ, ແມ້ວ່າ ແລະ ຜົນງານເພງອີກຫຼາກຫຼາຍ ທີ່ແຟນເພງທັງໃນປະເທດ ແລະ ຕ່າງປະເທດຕ່າງກໍ່ຊື່ນຊົມ
ຫຼ້າສຸດ, ຫຼັງຈາກໝຸ່ມເສກ ໄດ້ກັບມາຢູ່ກັບອະດີດພັນລະຍາ ຢ່າງ ການ ວິພາກອນ ເໝືອນວ່າຊີວິດນັ້ນດີຂຶ້ນ ເພາະວ່າຕອນນີ້ໜຸ່ມເສກໄດ້ກັບມາທົວຄອນເສີດເໝືອນເດີມອີກຄັ້ງ ແຖມຍັງໄດ້ກະແສຕອບຮັບຈາກເຫົ້າບັນດາແຟນເພງນັ້ນດີສຸດໆ
ໂດຍມີຜູ້ໃຊ້ເຟສບຸກທີ່ຊື່ວ່າ Djsteve Right ໄດ້ອອກມາໂພສຄລິບຂອງ ໝຸ່ມເສກ ທີ່ກໍາລັງຮ້ອງເພງຢູ່ເທິງເວທີ ໂດຍລະບຸຂໍ້ຄວາມວ່າ “ໜ້າຈະເປັນການຂໍເພງທີ່ສຸດໆ ຊົມຊານ 100.000 ບາດ Sek Loso”
ເຊິ່ງຈາກຄລິບນັ້ນ ຈະເຫັນໄດ້ວ່າ ຂະນະທີ່ໜຸ່ມເສກ ກໍາລັງຮ້ອງເພງຢູ່ດີໆ ກໍ່ມີແຟນເພງຄົນໜຶ່ງຮ້ອງຂຶ້ນມາວ່າ ຊົມຊານໆ ແລະ ເມື່ອໜຸ່ມເສກຍ່າງເຂົ້າມາໃກ້ໆ ແຟນເພງຄົນນັ້ນ ກໍ່ບອກໝຸ່ມເສກວ່າ ແສນໜຶ່ງເລັ່ນເພງ ຊົມຊານ. ເຊິ່ງງານນີ້ບອກເລີຍວ່າເຮລັ່ນກັນທັງງງານ
ທີ່ມາ sportsupdate